KLS Logo

ສິນເຊື່ອ ລົດຈັກ

ສິນເຊື່ອ ລົດຈັກ ແມ່ນບໍລິການສິນເຊື່ອ ສຳລັບຜ່ອນລົດຈັກໃໝ່ ທີ່ລູກຄ້າສາມາດເລືອກລົດຈັກຊັ້ນນຳທຸກລຸ້ນ ແລະ ຍັງສາມາດວາງຈ່າຍກ່ອນໜ້ອຍ, ອັດຕາດອກເບ້ຍຕ່ຳ, ຜ່ອນຍາວ ພ້ອມເອົາລົດໄປນຳໃຊ້ໄດ້ເລີຍ.

ເງື່ອນໄຂຜູ້ສະໝັກກູ້ຢືມສິນເຊື່ອ
  • ຜູ້ສະໝັກຕ້ອງມີອາຍຸ 20-60 ປີ ຕາມວັນທີ່ເຮັດສັນຍາ.
ເອກະສານປະກອບໃນການສະໝັກ
ສຳລັບບຸກຄົນທົ່ວໄປ
  1. ສຳເນົາ ບັດປະຈຳຕົວ ຫຼື ພາດສະປອດ
  2. ສຳເນົາ ປຶ້ມສຳມະໂນຄົວ (ໜ້າປົກຈົນເຖິງໜ້າສຸດທ້າຍ)
  3. ໃບຢັ້ງຢືນທີ່ຢູ່ຜູ້ກູ້ (ຈ້ຳການາຍບ້ານ)
  4. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
  5. ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
ສຳລັບເຈົ້າຂອງທຸລະກິດ / ນິຕິບຸກຄົນ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ສຳເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
  4. ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ