KLS Logo

ສິນເຊື່ອ ກຸງສີ ຄາຣ໌ຟໍແຄສ

ສິນເຊື່ອ ກຸງສີ ຄາຣ໌ຟໍແຄສ ເປັນອີກໜຶ່ງບໍລິການສຳລັບທຸກທ່ານ ທີ່ຕ້ອງການເງິນທຶນເພື່ອເພີ່ມສະພາບຄ່ອງທາງການເງິນ, ຕໍ່ຍອດທຸລະກິດ, ແລະ ອື່ນໆຕາມຄວາມຕ້ອງການ. ພຽງແຕ່ທ່ານມີລົດໃຫຍ່ ກໍ່ສາມາດນຳໃຊ້ ໃບທະບຽນລົດຂອງທ່ານ ມາສະໝັກສິນເຊື່ອ ກຸງສີ ຄາຣ໌ຟໍແຄສ ໄດ້, ທີ່ສຳຄັນທ່ານຍັງສາມາດນຳໃຊ້ລົດຂອງທ່ານໄດ້ປົກະຕິໂດຍບໍ່ຕ້ອງໂອນທະບຽນ.

ຂໍ້ສະເໜີສິດທິພິເສດຂອງບໍລິການ ກຸງສີ ຄາຣ໌ຟໍແຄສ
  • ອະນຸມັດໄວ
  • ອັດຕາດອກເບ້ຍຕ່ຳ
  • ໃຫ້ວົງເງິນສູງສຸດເຖິງ 80% ຂອງມູນຄ່າລົດຈາກລາຄາປະເມີນໂດຍ ບໍລິສັດ ກຸງສີບໍລິການເຊົ່າສິນເຊື່ອ ຈຳກັດ
  • ບໍ່ຈຳເປັນຕ້ອງມີຄົນຄ້ຳປະກັນ (ເງື່ອນໄຂເປັນໄປຕາມຂໍ້ກຳນົດຂອງບໍລິສັດ)
  • ຜ່ອນຍາວໄດ້ສູງສຸດ 60 ເດືອນ
ເອກະສານປະກອບໃນການສະໝັກ
ສຳລັບບຸກຄົນທົ່ວໄປ
  1. ສຳເນົາ ບັດປະຈຳຕົວ ຫຼື ພາດສະປອດ
  2. ສຳເນົາ ປຶ້ມສຳມະໂນຄົວ (ໜ້າປົກຈົນເຖິງໜ້າສຸດທ້າຍ)
  3. ໃບຢັ້ງຢືນທີ່ຢູ່ຜູ້ກູ້ (ຈ້ຳການາຍບ້ານ)
  4. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
  5. ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
ສຳລັບເຈົ້າຂອງທຸລະກິດ / ນິຕິບຸກຄົນ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ສຳເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
  4. ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ