KLS Logo

ກ່ຽວກັບເຮົາ

ບໍລິສັດ ກຸງສີບໍລິການເຊົ່າສິນເຊື່ອ ຈຳກັດ ເປັນຜູ້ນຳໃນດ້ານການໃຫ້ບໍລິການເຊົ່າສິນເຊື່ອຄົບວົງຈອນ ບໍ່ວ່າຈະເປັນ ສິນເຊື່ອ ລົດໃຫຍ່ (ລົດໃໝ່), ສິນເຊື່ອ ລົດໃຫຍ່ (ລົດມືສອງ), ສິນເຊື່ອ ເພື່ອຄົນມີລົດ (ຄາຣ໌ຟໍແຄສ), ສິນເຊື່ອ ລົດຈັກ ແລະ ສິນເຊື່ອ ຜ່ອນຊຳລະ (ກຸງສີ ເຟີດຊ້ອຍ)

ປະຫວັດການດຳເນີນງານ
  • 2014 - ເປີດໂຕບໍລິສັດ
  • 2015 - ສິນເຊື່ອລົດໃຫຍ່ ເລີ່ມຂະຫຍາຍຕົວແທນຈຳໜ່າຍລົດ
  • 2016 - ສິນເຊື່ອລົດບັນທຸກ ສິນເຊື່ອຄອບຄຸມທັງລົດບັນທຸກ ແລະ ອຸປະກອນເສີມຕ່າງໆຂອງລົດ
  • 2017 - ຂະຫຍາຍສາຂາໄປຕ່າງແຂວງ ແຂວງ ຈຳປາສັກ (ປາກເຊ), ສະຫວັນນະເຂດ, ບໍລິຄຳໄຊ, ຊຽງຂວາງ ແລະ ແຂວງ ວຽງຈັນ
  • 2018 - ສິນເຊື່ອ ລົດມືສອງ ໂຄລາວ ແລະ ໂຕໂຢຕ້າ
  • 2019 - ເປີດໂຕ ສິນເຊື່ອ ເພື່ອຄົນມີລົດ ກຸງສີ ຄາຣ໌ຟໍແຄສ
  • 2020 (Q1) - ສິນເຊື່ອລົດຈັກ Honda, Yamaha, Suzuki, Kawasaki
  • ສິນເຊື່ອສ່ວນບຸກຄົນ ເປີດຕົວ ກຸງສີ ມັນນີ້ ລາວ ສິນເຊື່ອສ່ວນບຸກຄົນພາຍໃຕ້ໜ່ວຍງານໃໝ່ "ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ"
ປະເພດສິນເຊື່ອທີ່ໃຫ້ບໍລິການ
1. ປະເພດ ສິນເຊື່ອລົດ
  • ລົດໃຫຍ່ (ລົດໃໝ່)
  • ລົດໃຫຍ່ (ລົດມືສອງ)
  • ລົດບັນທຸກ
  • ລົດຈັກ
  • ສິນເຊື່ອ ເພື່ອຄົນມີລົດ (ຄາຣ໌ຟໍແຄສ)
2. ປະເພດ ສິນເຊື່ອ ຜ່ອນຊຳລະ (ກຸງສີ ເຟີດຊ້ອຍ)
  • ຜ່ອນຄຳ
  • ໂທລະສັບມືຖື, ແທັບເລັດ ແລະ ອຸປະກອນໄອທີ
  • ລົດຖີບໄຟຟ້າ ແລະ ລົດຈັກໄຟຟ້າ
  • ເຄື່ອງສຽງລົດໃຫຍ່, ຢາງລົດໃຫຍ່, ລໍ້ແມັກ ແລະ ອຸປະກອນຕົບແຕ່ງລົດໃຫຍ່
  • ເຄື່ອງໃຊ້ໄຟຟ້າເຊັ່ນ: ໂທລະພາບ, ຕູ້ເຢັນ, ແອ, ຈັກຊັກເຄື່ອງ ແລະ ອື່ນໆ
  • ແວ່ນຕາ, ໂມງ, ລົດຖີບ, ສິ້ນ, ກະເປົາ ແລະ ອື່ນໆ
  • ເຄື່ອງເຟີນິເຈີ້
  • ອຸປະກອນຕົບແຕ່ງບ້ານ
  • ປະກັນໄພລົດ