KLS Logo

ສິນເຊື່ອ ລົດໃຫຍ່ (ລົດໃໝ່)

ສິນເຊື່ອ ລົດໃຫຍ່ (ລົດໃໝ່) ແມ່ນບໍລິການໃຫ້ຜ່ອນລົດໃຫຍ່ຍີ່ຫໍ້ຊັ້ນນຳທຸກລຸ້ນ ຈາກຕົວແທນຈຳໜ່າຍລົດທີ່ເປັນຄູ່ຄ້າກຸງສີ. ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການຊື້ລົດໃໝ່ໂດຍບໍ່ຈຳເປັນຕ້ອງຈ່າຍເງິນສົດໃນຄັ້ງດຽວ ໂດຍການຈ່າຍກ່ອນໜ້ອຍ, ຜ່ອນຍາວພ້ອມອອກປ້າຍເຫຼືອງເປັນຊື່ລູກຄ້າໄດ້ເລີຍ.

ເງື່ອນໄຂຜູ້ສະໝັກກູ້ຢືມສິນເຊື່ອ
  • ຜູ້ສະໝັກຕ້ອງມີອາຍຸ 20-60 ປີ ຕາມວັນທີ່ເຮັດສັນຍາ.
ເອກະສານປະກອບໃນການສະໝັກ
ສຳລັບບຸກຄົນທົ່ວໄປ
  1. ສຳເນົາ ບັດປະຈຳຕົວ ຫຼື ພາດສະປອດ
  2. ສຳເນົາ ປຶ້ມສຳມະໂນຄົວ (ໜ້າປົກຈົນເຖິງໜ້າສຸດທ້າຍ)
  3. ໃບຢັ້ງຢືນທີ່ຢູ່ຜູ້ກູ້ (ຈ້ຳການາຍບ້ານ)
  4. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
  5. ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
ສຳລັບເຈົ້າຂອງທຸລະກິດ / ນິຕິບຸກຄົນ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ສຳເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
  4. ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ