KLS Logo

ສິນເຊື່ອ ລົດໃຫຍ່ (ລົດມືສອງ)

ຕ້ອງການຊື້ລົດໃຫຍ່ມືສອງ ບໍ່ຈຳເປັນຕ້ອງຖ້າເງິນກ້ອນ ເພາະ ກຸງສີ ລິດຊິ້ງ ໃຫ້ບໍລິການສິນເຊື່ອລົດໃຫຍ່ມືສອງ ໃຫ້ທ່ານສາມາດເລືອກຜ່ອນໄດ້ຕາມຄວາມຕ້ອງການ, ຜ່ອນຊຳລະຍາວ ແລະ ທີ່ສຳຄັນບໍ່ຈຳເປັນຕ້ອງໃຊ້ຄົນຄ້ຳປະກັນ.

ຂໍ້ສະເໜີພິເສດຂອງການເຊົ່າສິນເຊື່ອລົດມືສອງ
  • ບໍ່ຈຳເປັນຕ້ອງມີຄົນຄ້ຳປະກັນ (ເງື່ອນໄຂເປັນໄປຕາມຂໍ້ກຳນົດຂອງບໍລິສັດ)
  • ສະໝັກງ່າຍບໍ່ຫຍຸ້ງຍາກ
  • ອະນຸມັດໄວ
ເອກະສານປະກອບໃນການສະໝັກ
ສຳລັບບຸກຄົນທົ່ວໄປ
  1. ສຳເນົາ ບັດປະຈຳຕົວ ຫຼື ພາດສະປອດ
  2. ສຳເນົາ ປຶ້ມສຳມະໂນຄົວ (ໜ້າປົກຈົນເຖິງໜ້າສຸດທ້າຍ)
  3. ໃບຢັ້ງຢືນທີ່ຢູ່ຜູ້ກູ້ (ຈ້ຳການາຍບ້ານ)
  4. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
  5. ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
ສຳລັບເຈົ້າຂອງທຸລະກິດ / ນິຕິບຸກຄົນ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ສຳເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
  4. ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ