KLS Logo

ສິນເຊື່ອ ຜ່ອນຊຳລະ (ກຸງສີ ເຟີດຊ້ອຍ)

ສິນເຊື່ອ ຜ່ອນຊຳລະ (ກຸງສີ ເຟີດຊ້ອຍ) ແມ່ນບໍລິການສິນເຊື່ອທີ່ໃຫ້ລູກຄ້າສາມາດຜ່ອນເຄື່ອງໃຊ້ຕ່າງໆ ເພື່ອເພີ່ມທາງເລືອກໃຫ້ແກ່ລູກຄ້າທີ່ຢາກຜ່ອນຊຳລະໄດ້ງ່າຍ ແລະ ສະດວກຂຶ້ນໂດຍບໍ່ຈຳເປັນຕ້ອງຈ່າຍກ່ອນ, ບໍ່ມີຫຼັກຊັບຄ້ຳປະກັນ ແລະ ສາມາດຜ່ອນໄດ້ຫຼາຍສິນຄ້າ.

ສິນຄ້າທີ່ສາມາດຜ່ອນໄດ້:
  • ຜ່ອນຄຳ
  • ໂທລະສັບມືຖື, ແທັບເລັດ ແລະ ອຸປະກອນໄອທີ
  • ລົດຖີບໄຟຟ້າ ແລະ ລົດຈັກໄຟຟ້າ
  • ເຄື່ອງສຽງລົດໃຫຍ່, ຢາງລົດໃຫຍ່, ລໍ້ແມັກ ແລະ ອຸປະກອນຕົບແຕ່ງລົດໃຫຍ່
  • ເຄື່ອງໃຊ້ໄຟຟ້າເຊັ່ນ: ໂທລະພາບ, ຕູ້ເຢັນ, ແອ, ຈັກຊັກເຄື່ອງ ແລະ ອື່ນໆ
  • ແວ່ນຕາ, ໂມງ, ລົດຖີບ, ສິ້ນ, ກະເປົາ ແລະ ອື່ນໆ
  • ເຄື່ອງເຟີນິເຈີ້
  • ອຸປະກອນຕົບແຕ່ງບ້ານ
  • ປະກັນໄພລົດ
ເງື່ອນໄຂຜູ້ສະໝັກກູ້ຢືມສິນເຊື່ອ
  • ຜູ້ສະໝັກຕ້ອງມີອາຍຸ 20-60 ປີ ຕາມວັນທີ່ເຮັດສັນຍາ.
ເອກະສານປະກອບໃນການສະໝັກ
ສຳລັບບຸກຄົນທົ່ວໄປ
  1. ສຳເນົາ ບັດປະຈຳຕົວ ຫຼື ພາດສະປອດ
  2. ສຳເນົາ ປຶ້ມສຳມະໂນຄົວ (ໜ້າປົກຈົນເຖິງໜ້າສຸດທ້າຍ)
  3. ໃບຢັ້ງຢືນທີ່ຢູ່ຜູ້ກູ້ (ຈ້ຳການາຍບ້ານ)
  4. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
  5. ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
ສຳລັບເຈົ້າຂອງທຸລະກິດ / ນິຕິບຸກຄົນ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ສຳເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
  4. ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ