KLS Logo

ກຸງສີ ລົດບ້ານ

ກຸງສີ ລົດບ້ານ ແມ່ນບໍລິການເຊົ່າສິນເຊື່ອທີ່ຊ່ວຍໃຫ້ທ່ານສາມາດຜ່ອນລົດມືສອງໄດ້ໂດຍກົງຈາກເຈົ້າຂອງລົດໄດ້ຢ່າງງ່າຍດາຍ. ພວກເຮົາອຳນວຍຄວາມສະດວກທຸກດ້ານໃຫ້ແກ່ຜູ້ສະໝັກສິນເຊື່ອ ແລະ ເບີກຈ່າຍໃຫ້ກັບເຈົ້າຂອງລົດໄດ້ທັນທີຫຼັງຈາກເອກະສານທັງໝົດຜ່ານການອະນຸມັດ.

ຂໍ້ສະເໜີພິເສດຂອງການເຊົ່າສິນເຊື່ອລົດບ້ານ
  • ບໍ່ຈຳເປັນຕ້ອງມີຄົນຄ້ຳປະກັນ (ເງື່ອນໄຂເປັນໄປຕາມຂໍ້ກຳນົດຂອງບໍລິສັດ)
  • ສະໝັກງ່າຍບໍ່ຫຍຸ້ງຍາກ
  • ດອກເບ້ຍຕ່ຳ
  • ເບີກຈ່າຍໃຫ້ກັບເຈົ້າຂອງລົດໄວ (ຫຼັງຈາກເອກະສານທັງໝົດຖືກອະນຸມັດ)
ເອກະສານປະກອບໃນການສະໝັກ
ສຳລັບບຸກຄົນທົ່ວໄປ
  1. ສຳເນົາ ບັດປະຈຳຕົວ ຫຼື ພາດສະປອດ
  2. ສຳເນົາ ປຶ້ມສຳມະໂນຄົວ (ໜ້າປົກຈົນເຖິງໜ້າສຸດທ້າຍ)
  3. ໃບຢັ້ງຢືນທີ່ຢູ່ຜູ້ກູ້ (ຈ້ຳການາຍບ້ານ)
  4. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
  5. ໃບທະບຽນລົດ (ຂອງແທ້)
  6. ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
ສຳລັບເຈົ້າຂອງທຸລະກິດ / ນິຕິບຸກຄົນ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ສຳເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
  4. ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ

ຖ້າທ່ານສົນໃຈຜ່ອນລົດມືສອງກັບ ກຸງສີ ລົດບ້ານ ຕິດຕໍ່ຫາພວກເຮົາເລີຍມື້ນີ້ ພວກເຮົາຍິນດີທີ່ຈະຕອບທຸກຄຳຖາມທີ່ທ່ານມີ ແລະ ພ້ອມທີ່ຈະໃຫ້ຄຳປຶກສາໃນທຸກດ້ານ.