KLS Logo

ບໍລິຈາກເລືອດ ວັນທີ 11 ສິງຫາ 2023

ໃນວັນສຸກ ວັນທີ 11 ສິງຫາ 2023 ທີ່ຜ່ານມາ ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈຳກັດ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ຮ່ວມກັບອົງການກາແດງລາວ ປະກອບສ່ວນຮ່ວມບໍລິຈາກເລືອດເພື່ອນຳໄປຊ່ວຍຊີວິດຄົນເຈັບທີ່ນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆຢູ່ໃນຂອບເຂດທົ່ວປະເທດ. ທາງບໍລິສັດຂອງພວກເຮົານອກຈາກຈະໃຫ້ຄວາມສຳຄັນໃນການບໍລິການລູກຄ້າແລ້ວ ພວກເຮົາຍັງໄດ້ໃຫ້ຄວາມສຳຄັນກ່ຽວກັບກິດຈະກຳຊ່ວຍເຫຼືອສັງຄົມ ບໍ່ວ່າຈະເປັນກິດຈະກຳການບໍລິຈາກເລືອດ ແລະ ກິດຈະກຳອື່ນໆທີ່ພວກເຮົາໄດ້ປະຕິບັດຢ່າງສະຫມໍ່າສະເຫມີ.