KLS Logo

ແຈ້ງການ

ເຖິງ: ບັນດາລູກຄ້າທີ່ນັບຖືທຸກທ່ານ
ເລື່ອງ: ຄ່າທຳນຽມ ແລະ ຄ່າປັບໄໝ

ອີງຕາມລະບຽບຂອງ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ, ທາງບໍລິສັດຂໍແຈ້ງຄ່າທຳນຽມ ແລະ ຄ່າປັບໄໝຕ່າງໆຕາມດ້ານລຸ່ມນີ້:

  1. ຄ່າທຳນຽມໃນການດຳເນີນງານ 1% ຂອງຍອດສິນເຊື່ອ
  2. ຄ່າປັບໄໝ (ໃນກໍລະນີຈ່າຍຄ່າງວດຊັກຊ້າ ຕໍ່ມື້) LAK 10.000
  3. ຄ່າບໍລິການໃນກໍລະນີທີ່ລູກຄ້າຂໍໃຫ້ທາງບໍລິສັດໄປເກັບເງິນຈາກທີ່ຢູ່ ຫຼື ບ່ອນປະຈຳການຂອງລູກຄ້າເອງ LAK 25.000
  4. ຄ່າທຳນຽມເອກະສານ LAK 50.000
  5. ຄ່າຍົກເລີກສັນຍາ LAK 100.000
  6. ຄ່າທຳນຽມປ່ຽນມື້ຊຳລະ LAK 100.000
  7. ຄ່າອອກບັດຊຳລະໃໝ່ LAK 30.000
  8. ຄ່າອອກຕາຕະລາງຊຳລະຄ່າງວດໃໝ່ LAK 11.000
  9. ຄ່າປັບໂຄງສ້າງໜີ້ LAK 100.000
  10. ຄ່າອອກໜັງສືແຈ້ງຍອດຄົງຄ້າງສິນເຊື່ອ LAK 11.000
ການເປີດເຜີຍອັດຕາດອກເບ້ຍ

ອັດຕາດອກເບ້ຍເງິນກູ້ສຳລັບລູກຄ້າທົ່ວໄປແມ່ນ 2.99%-3.26% ຕໍ່ເດືອນ. ດັ່ງນັ້ນ, ທາງບໍລິສັດຈິ່ງແຈ້ງມາເຖິງບັນດາລູກຄ້າເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ ແລະ ມີຜົນສັກສິດນັບແຕ່ ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າທາງບໍລິສັດຈະແຈ້ງການສະບັບໃໝ່ອອກມາ.

ທາງບໍລິສັດ ຂໍສະຫງວນສິດທີ່ຈະຍົກເລີກ ຫຼື ປ່ຽນແປງແຈ້ງການສະບັບນີ້ ກ່ອນວັນໝົດກຳນົດໂດຍທີ່ບໍ່ໄດ້ແຈ້ງລ່ວງໜ້າ.

ທີ່ນະຄອນຫຼວງວຽງຈັນ ວັນທີ 27/01/2021

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ