KLS Logo

ກ່ຽວກັບ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ

ກຸງສີ ມັນນີ້ ລາວ ໄດ້ຈົດທະບຽນວິສາຫະກິດ ພາຍໃຕ້ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ຫຼື Krungsri Non-Deposit Taking Micro Finance Institution Co., Ltd ໃນປີ 2020 ໂດຍໃຫ້ບໍລິການເງິນກູ້ສ່ວນບຸກຄົນ. ໃນປະຈຸບັນ ກຸງສີ ມັນນີ້ ລາວ ແມ່ນໃຫ້ບໍລິການ ເງິນກູ້ ສ່ວນບຸກຄົນ ແລະ ຈະໄດ້ມີການຂະຫຍາຍບໍລິການອື່ນໆອີກໃນອະນາຄົດ. ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ຕ້ອງການເງິນດ່ວນ, ທຸກຄົນສາມາດເຂົ້າເຖິງໄດ້ ບໍ່ວ່າທ່ານຈະເປັນພະນັກງານເອກະຊົນ, ພະນັກງານລັດ ແລະ ເຈົ້າຂອງທຸລະກິດໃນທຸກປະເພດຂະແໜງອາຊີບ ແລະ ທີ່ສຳຄັນ ບໍ່ຈຳເປັນຕ້ອງມີຄົນຄ້ຳ ຫຼື ຫຼັກຊັບຄ້ຳປະກັນກໍກູ້ໄດ້.