KLS Logo

ກຸງສີ ມັນນີ້ ລາວ - ສິນເຊື່ອ ເງິນກູ້ ສ່ວນບຸກຄົນ

ກຸງສີ ມັນນີ້ ລາວ

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ຫຼື ກຸງສີ ມັນນີ້ ລາວ ແມ່ນໃຫ້ບໍລິການສິນເຊື່ອເງິນກູ້ສ່ວນບຸກຄົນສຳລັບຄົນທີ່ຕ້ອງການເງິນດ່ວນ ບໍ່ວ່າທ່ານຈະເປັນພະນັກງານເອກະຊົນ, ພະນັກງານລັດ ແລະ ເຈົ້າຂອງທຸລະກິດໃນທຸກປະເພດຂະແໜງອາຊີບ, ທ່ານກໍສາມາດເຂົ້າເຖິງໄດ້ ແລະ ທີ່ສຳຄັນ ບໍ່ຈຳເປັນຕ້ອງມີຄົນຄ້ຳ ຫຼື ຫຼັກຊັບຄ້ຳປະກັນກໍກູ້ໄດ້.

  • ອະນຸມັດໄວ
  • ວົງເງິນກູ້ 1.000.000 - 50.000.000 ກີບ
  • ອັດຕາດອກເບ້ຍຕ່ຳ
  • ຜ່ອນຍາວໄດ້ 6 - 36 ເດືອນ
  • ສະເພາະພະນັກງານລັດຖະກອນ ຜ່ອນຍາວໄດ້ 60 ເດືອນ
ເງື່ອນໄຂຜູ້ສະໝັກກູ້ຢືມສິນເຊື່ອ
  • ຜູ້ສະໝັກຕ້ອງມີອາຍຸ 20-60 ປີ ຕາມວັນທີ່ເຮັດສັນຍາ.
ເອກະສານປະກອບໃນການສະໝັກ
ສຳລັບບຸກຄົນທົ່ວໄປ
  1. ສຳເນົາບັດປະຈຳຕົວ ຫຼື ພາດສະປອດ ຫຼື ປື້ມສຳມະໂນຄົວ (ກໍລະນີທີ່ບັດໝົດອາຍຸແມ່ນໃຫ້ສຳເນົາປຶ້ມສຳມະໂນຄົວຕິດຄັດມາພ້ອມ)
  2. ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
  3. ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
ສຳລັບເຈົ້າຂອງທຸລະກິດ / ນິຕິບຸກຄົນ
  1. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
  2. ສຳເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
  3. ສຳເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
  4. ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ
* ໝາຍເຫດ: ສຳລັບເຈົ້າຂອງທຸລະກິດ ຕ້ອງມີຄົນຄ້ຳປະກັນ ເອກະສານປະກອບຄືກັນກັບຜູ້ກູ້
* ເງື່ອນໄຂເປັນໄປຕາມຂໍ້ກຳນົດຂອງບໍລິສັດ