KLS Logo

ຮູ້ລາຍຮັບ ບໍລິຫານລາຍຈ່າຍ ຊ່ວຍທ່ານໄດ້ຫຼາຍກວ່າທີ່ຄິດ

ເຮົາມັກຈະບໍ່ໃຫ້ຄວາມສຳຄັນກ່ຽວກັບລາຍຈ່າຍເຫຼັກໆໜ້ອຍໆ ໃນຊີວິດປະຈຳວັນ ແຕ່ມັກຈະກັງວົນກ່ຽວກັບລາຍຈ່າຍກ້ອນໃຫຍ່ໆຫຼາຍກວ່າ ຈຶ່ງມັກກໍ່ໃຫ້ເກີດການວາງແຜນທາງການເງິນທີ່ຜິດພາດ ການເຮັດບັນຊີລາຍຮັບ - ລາຍຈ່າຍ ຈຶ່ງເປັນອີກວິທີໜຶ່ງທີ່ສາມາດຊ່ວຍທ່ານວາງແຜນການເງິນໄດ້ຫຼາຍກວ່າທີ່ທ່ານຄິດ.

1. ເລີ່ມສ້າງບັນຊີລາຍຮັບ - ລາຍຈ່າຍ

ປະຈຸບັນມີຫຼາຍໆແອັບເພື່ອໃຊ້ສຳລັບຕິດຕາມ ແລະ ບັນທຶກ ລາຍຮັບ-ລາຍຈ່າຍ ປະຈຳວັນເຊັ່ນ: Spendee, Money Lover ແລະ ແອັບອື່ນໆ ແຕ່ລະແອັບຍັງສາມາດເຊື່ອມຕໍ່ກັບບັນຊີທະນາຄານ ຫຼື ໃສ່ຂໍ້ມູນກຳໜົດການຊຳລະງວດ ເພື່ອເປັນການແຈ້ງເຕືອນໃຫ້ເຮົາຊຳລະຄ່າງວດໄດ້ຕົງຕາມເວລາໄດ້ອີກດ້ວຍ.

2. ຫັກເງິນເກັບອອກກ່ອນທີ່ຈະໃຊ້ຈ່າຍ

ການແບ່ງເງິນສ່ວນທີ່ຈະອອມກ່ອນຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ໂດຍຈະແບ່ງທັນທີ່ ທີ່ໄດ້ເງິນຮັບເຂົ້າມາ ເພື່ອເປັນການເກັບອອມເງິນສ່ວນນີ້ໄວ້ໃຊ້ໃນກໍລະນີສຸກເສີນ

3. ຈົດບັນທຶກທຸກລາຍການໃຊ້ຈ່າຍ ແລະ ຕິດຕາມຜົນການໃຊ້ຈ່າຍ

ການສ້າງນິໄສການບັນທຶກການໃຊ້ຈ່າຍທຸກຍອດ ບໍ່ວ່າຈະເປັນການໃຊ້ຈ່າຍເຫຼັກໆໜ້ອຍໆ ຈະເຮັດໃຫ້ເຮົາເຫັນວ່າຄ່າໃຊ້ຈ່າຍເຫຼັກໆໜ້ອຍໆທີ່ເຮົາຄິດວ່າບໍ່ສຳຄັນ ແຕ່ມີການສະສົມຫຼາຍຄັ້ງ ກໍຈະກາຍມາເປັນເງິນກ້ອນໃຫຍ່ທີ່ເຮົາໃຊ້ຈ່າຍຢ່າງບໍ່ຄາດຄິດ.

4. ນຳຍອດການໃຊ້ຈ່າຍໃນເດືອນທີ່ຜ່ານມາຄຳນວນ ແລະ ວາງແຜນການໃຊ້ຈ່າຍໃນເດືອນຕໍ່ໄປ

ເມື່ອເຮົາເຮັດບັນທຶກລາຍຮັບ - ລາຍຈ່າຍ ເຮົາຈະເຫັນວ່າໃນແຕ່ລະເດືອນເຮົາໃຊ້ຈ່າຍໄປກັບເລື່ອງໃດແດ່ ຈຳນວນເທົ່າໃດ ເຮົາຄວນຈະຈຳກັດຄ່າໃຊ້ຈ່າຍປະເພດໃດ ຫຼື ຫຼຸດຄ່າໃຊ້ຈ່າຍສຳລັບສິນຄ້າຟຸມເຟືອຍໃດແດ່ ເພື່ອເຮັດໃຫ້ເຮົາວາງແຜນດ້ານການເງິນໄດ້ຢ່າງມີປະສິດທິພາບ.