KLS Logo

3 ວິທີສ້າງ Credit Score ທີ່ດີ

1. ຊຳລະໜີ້ເກົ່າ ບໍ່ສ້າງໜີ້ໃໝ່

ຍອດຄ້າງຊຳລະຂອງໜີ້ສິນເກົ່າຂອງເຮົາຈະບົ່ງບອກໄດ້ເລີຍວ່າ ເຮົາມີຄວາມສາມາດໃນການຊໍາລະໜີ້ໃນອະນາຄົດ ຖ້າປຽບທຽບກັບລາຍຮັບທີ່ເຂົ້າມາໃນແຕ່ລະເດືອນຂອງເຮົາ ແລະ ຖ້າເຮົາບໍ່ຢຸດການສ້າງໜີ້ສິນໃໝ່ ແລະ ມີຍອດຄ້າງຈ່າຍສູງ ມັນຈະສະແດງໃຫ້ເຫັນວ່າເຮົາອາດຈະບໍ່ມີສະພາບຄ່ອງທີ່ດີ. ນີ້ອາດຈະເຮັດໃຫ້ສະຖາບັນການເງິນບໍ່ອະນຸຍາດໃຫ້ສິນເຊື່ອໃໝ່ໄດ້ ແລະ ເຮົາກໍຈະພາດໂອກາດທີ່ຈະໄດ້ຮັບສິນເຊື່ອ ເພາະສະນັ້ນ, ຢ່າລືມຊຳລະໜີ້ສິນເກົ່າກ່ອນ ແລະ ຕ້ອງບໍ່ພະຍາຍາມສ້າງໜີ້ສິນໃໝ່.

2. ຊໍາລະຄ່າງວດໃຫ້ຕົງຕາມເວລາ

ຕ້ອງຈັດຕາຕະລາງໃນການຊຳລະຄ່າງວດໃຫ້ຕົງຕາມເວລາ ເພາະວ່າທຸກໆເດືອນເຮົາຈະຕ້ອງໄດ້ຊຳລະຄ່າງວດໃຫ້ກັບສະຖາບັນການເງິນ ຖ້າຫາກວ່າເຮົາບໍ່ສາມາດຈ່າຍຄ່າງວດໄດ້ຕາມກຳນົດເວລາທີ່ສະຖາບັນການເງິນກຳນົດໃຫ້ ເຮົາຈະຕ້ອງໄດ້ເສຍຄ່າປັບໄໝ ແລະ ສະຖາບັນການເງິນຈະໃຊ້ເພື່ອເປັນເງື່ອນໄຂໃນການພິຈາລະນາວ່າເຮົາມີ Credit Score ດີ ຫຼື ບໍ ໂດຍອີງໃສ່ພຶດຕິກໍາການຊໍາລະໜີ້ສິນຂອງເຮົານັ້ນເອງ ໃນການໃຫ້ສິນເຊື່ອໃນຄັ້ງຕໍ່ໄປ.

3. ບໍ່ຄວນຂໍສິນເຊື່ອຖີ່ເກີນໄປ

ຈະເຮັດການໃຫຍ່ ໃຈຕ້ອງນິ້ງ ຖ້າເຮົາຄິດແຕ່ວ່າ ຂອງມັນຕ້ອງມີ ຕ້ອງໃຊ້ ກໍອາດຈະນຳບັນຫາມາໃຫ້ໃນອະນາຄົດຢ່າງແນ່ນອນ ເພາະຖ້າເຮົາຂໍສິນເຊື່ອຖີ່ເກີນໄປພາຍໃນໄລຍະເວລາສັ້ນໆ ແລະ ຢູ່ຫຼາຍບ່ອນ, ສະຖາບັນການເງິນອາດປະເມີນໄດ້ວ່າເຮົາອາດຈະມີບັນຫາທາງດ້ານການເງິນ ແລະ ຖ້າອະນຸມັດໃຫ້ກູ້ຢືມ ຈະສາມາດຊຳລະຄືນໄດ້ບໍ ແລະ ອາດຈະກໍໃຫ້ເກີດເປັນໜີ້ເສຍໃນອະນາຄົດ ເຊິງຈະສົ່ງຜົນກະທົບຕໍ່ເຄຣດິດ ແລະ ການອະນຸມັດສິນເຊື່ອຂອງເຮົາຢ່າງຫຼີກລ່ຽງບໍ່ໄດ້.

ສະຫຼຸບ

ຖ້າໃຜມີແຜນທີ່ຈະຂໍສິນເຊື່ອ, ກໍຢ່າລືມກວດເບິ່ງເຄຣດິດສິນເຊື່ອຂອງຕົວເອງ ແລະ ຕ້ອງສືບຕໍ່ສ້າງເຄຣດິດສິນເຊື່ອໃຫ້ດີຂຶ້ນ ເພາະຖ້າເຮົາມີເຄຣດິດສິນເຊື່ອທີ່ດີ ບໍ່ວ່າຈະຂໍສິນເຊື່ອຢູ່ໃສ ກໍຜ່ານໄດ້ແບບສະບາຍ ການມີເຄຣດິດສິນເຊື່ອສະແດງໃຫ້ເຫັນເຖິງລະບຽບວິໄນ ແລະ ພຶດຕິກໍາການຊໍາລະໜີ້ສິນທີ່ດີຂອງເຮົາ ສາມາດສ້າງຄວາມໜ້າເຊື່ອຖືໄດ້. ລອງເອົາທັງ 3 ວິທີໃນການສ້າງເຄຣດິດທີ່ພວກເຮົາແນະນຳໄປປະຕິບັດໃຊ້ນຳກັນເດີ.