KLS Logo

5 ສະຖານະການທີ່ບໍ່ຄາດຄິດ ທີ່ ສິນເຊື່ອ ເງິນກູ້ສ່ວນບຸກຄົນ ສາມາດຊ່ວຍທ່ານໄດ້

ອາດຈະບໍ່ມີໃຜທີ່ຢາກຈະຢູ່ໃນສະຖານະເປັນລູກໜີ້. ແຕ່ເມື່ອຮອດເວລາທີ່ຈຳເປັນ ສິນເຊື່ອ ເງິນກູ້ສ່ວນບຸກຄົນ ອາດເປັນທາງເລືອກໜຶ່ງທີ່ສາມາດຊ່ວຍໃຫ້ສະຖານະການຕ່າງໆດີຂຶ້ນ ໂດຍເງິນກູ້ສ່ວນບຸກຄົນແມ່ນເງິນກູ້ຢືມທີ່ເປີດກວ້າງໃຫ້ໃຊ້ເງິນຕາມຄວາມຈຳເປັນຂອງຜູ້ກູ້ຢືມ. ເຊິງແຕກຕ່າງຈາກສິນເຊື່ອອື່ນໆທີ່ຖືກອອກແບບມາເພື່ອຈຸດປະສົງຂອງການສະໝັກຂໍສິນເຊື່ອ, ມື້ນີ້ພວກເຮົາມາເບິ່ງ 5 ຕົວຢ່າງຂອງສະຖານະການທີ່ເງິນກູ້ສ່ວນບຸກຄົນອາດຈະສາມາດຊ່ວຍທ່ານໄດ້.

1. ຖືກທວງໜີ້ຈາກນອກລະບົບ

ບາງຄົນຕັດສິນໃຈກູ້ຢືມເງິນນອກລະບົບ. ເພາະໄດ້ເງິນໄວ ບໍ່ຈໍາເປັນຕ້ອງມີຫຼັກຊັບ ບໍ່ຈໍາເປັນຕ້ອງມີຜູ້ຄໍ້າປະກັນ ເຊິ່ງຫຼາຍຄັ້ງຕ້ອງພົບກັບຜົນສະທ້ອນທີ່ບໍ່ສາມາດຫຼີກລ່ຽງໄດ້ ເຊັ່ນ: ອັດຕາດອກເບ້ຍສູງເກີນຈິງ ເງື່ອນໄຂທີ່ບໍ່ຍຸດຕິທໍາ ເຮັດໃຫ້ຜ່ອນເທົ່າໃດກະບໍ່ໝົດ ເງິນຕົ້ນບໍ່ໄດ້ຫຼຸດລົງເລີຍ. ໃນເຫດການແບບນີ້ ເງິນກູ້ສ່ວນບຸກຄົນແມ່ນວິທີໜຶ່ງທີ່ຊ່ວຍປ່ຽນໜີ້ນອກລະບົບ ເຂົ້າໄປໃນລະບົບ ນອກຈາກຈະຊ່ວຍລູກໜີ້ໃຫ້ພົ້ນຈາກວິທີການເກັບໜີ້ຫຼາຍຮູບແບບແລ້ວ, ລູກໜີ້ຍັງຈະໄດ້ຮັບຄວາມຊັດເຈນ ແລະ ເປັນທຳ ໃນເງື່ອນໄຂການຊໍາລະອີກດ້ວຍ.

2. ສະມາຊິກໃນຄອບຄົວເຈັບປ່ວຍຢ່າງກະທັນຫັນ

ການເຈັບປ່ວຍຮ້າຍແຮງ ແລະ ກະທັນຫັນໃນຄອບຄົວ ອາດເຮັດໃຫ້ເກີດຄ່າໃຊ້ຈ່າຍກ້ອນໃຫຍ່ໃນທັນທີໃນການປິ່ນປົວຮັກສາ ແລະ ຜົນກະທົບຈະໜັກກວ່າເກົ່າຖ້າຫາກຜູ້ປ່ວຍບໍ່ມີປະກັນໄພ ຫຼື ຄອບຄົວບໍ່ມີເງິນສຳຮອງ ໃນກໍລະນີນີ້, ຖ້າເຮົາໝັ້ນໃຈວ່າ ຈະສາມາດໃຊ້ໜີ້ຄືນຕາມເງື່ອນໄຂ ແລະ ໃນໄລຍະເວລາທີ່ກຳນົດໄວ້ ການສະໝັກຂໍເງິນກູ້ສ່ວນບຸກຄົນແມ່ນໜຶ່ງໃນເຄື່ອງມືທີ່ຈະຊ່ວຍໃຫ້ທ່ານມີເງິນກ້ອນເພື່ອປິ່ນປົວຮັກສາຄົນເຈັບ ແລະ ສາມາດຊ່ວຍແບ່ງເບົາພາລະ ແລະ ສະພາບຈິດໃຈຂອງຄອບຄົວໄດ້.

3. ເກີດອຸບັດເຫດ

ເຫດການທີ່ບໍ່ຄາດຄິດສາມາດເກີດຂຶ້ນໄດ້ທຸກເວລາ. ບໍ່ວ່າຈະເປັນໄຟໄໝ້, ອຸບັດເຫດທາງລົດ, ຫຼືອຸບັດເຫດອື່ນໆ, ຖ້າຫາກທ່ານມີປະກັນໄພເຊັ່ນ: ປະກັນໄພບ້ານ ແລະ ປະກັນໄພອຸບັດເຫດ ກໍຈະສາມາດແບ່ງເບົາພາລະບາງສ່ວນຂອງຄວາມເສຍຫາຍໄດ້. ແຕ່ໃນກໍລະນີທີ່ຄວາມເສຍຫາຍແມ່ນຫຼາຍກວ່າຂອບເຂດຂອງການຄຸ້ມຄອງ ຫຼື ຖ້າບໍ່ມີປະກັນໄພເລີຍ ເງິນກູ້ສ່ວນບຸກຄົນສາມາດສະໜອງເງິນກ້ອນເພື່ອນໍາໃຊ້ໃນກໍລະນີສຸກເສີນໄດ້ທັນທີ.

4. ທຸລະກິດໝຸນເງິນບໍ່ທັນ

ໃນການດໍາເນີນທຸລະກິດ, ສະພາບຄ່ອງທາງດ້ານການເງິນແມ່ນສິ່ງທີ່ສໍາຄັນທີ່ສຸດ. ແຕ່ດ້ວຍປັດໄຈຫຼາຍຢ່າງທີ່ພວກເຮົາບໍ່ສາມາດຄວບຄຸມໄດ້, ກໍຍ່ອມມີຜົນກະທົບຕໍ່ທຸລະກິດຢ່າງຫຼີກລ່ຽງບໍ່ໄດ້ເຊັ່ນກັນ, ຕົວຢ່າງ ການເກີດພະຍາດທີ່ລະບາດ ເຮັດໃຫ້ເກີດການ Lockdown ເຮັດໃຫ້ໂຮງງານບໍ່ໄດ້ສົ່ງອອກ ເມື່ອບໍ່ສາມາດຈັດສົ່ງໄດ້ ກໍບໍ່ສາມາດເກັບເງິນຈາກລູກຄ້າໄດ້ ກໍໃຫ້ເກີດສິນຄ້າຄາງສະຕ໊ອກ ເຊິ່ງຖ້າມັນເປັນຜະລິດຕະພັນທີ່ມີອາຍຸສັ້ນ ກໍຈະສ້າງຄວາມເສຍຫາຍຫຼາຍຂື້ນ ຢ່າລືມວ່າ ຄວາມເສຍຫາຍທາງທຸລະກິດ ມັນບໍ່ໄດ້ຈໍາກັດຢູ່ທີ່ເຈົ້າຂອງທຸລະກິດທີ່ຈະໄດ້ຮັບຜົນກະທົບ ແຕ່ສະຫວັດດີການຂອງພະນັກງານ ແລະ ຄອບຄົວຂອງພະນັກງານກໍ່ຍັງໄດ້ຮັບຜົນກະທົບໄປນຳ, ໃນກໍລະນີນີ້ ເງິນກູ້ຢືມສ່ວນບຸກຄົນອາດຈະບໍ່ແມ່ນແຫຼ່ງທຶນທີ່ດີທີ່ສຸດ ແຕ່ມັນສາມາດນໍາໃຊ້ເປັນທຶນໄລຍະສັ້ນເພື່ອຊ່ວຍໃຫ້ທຸລະກິດດຳເນີນຕໍ່ໄປໄດ້.

5. ຄ່າເທີມລູກ

ການເປີດເທີມແຕ່ລະເທື່ອ ກໍມັກຈະມີຄ່າໃຊ້ຈ່າຍຕາມມາ. ບໍ່ພຽງແຕ່ຄ່າຮຽນເທົ່ານັ້ນ ແຕ່ຍັງມີຊຸດນັກຮຽນ, ເກີບ,ອຸປະກອນການສຶກສາ, ຄ່າຮຽນພິເສດ ແລະ ຄ່າທໍານຽມກິດຈະກໍາອື່ນໆອີກຫຼາຍຢ່າງ, ແນ່ນອນ ພໍ່ແມ່ທຸກຄົນຕ້ອງການໃຫ້ລູກໄດ້ຮັບສິ່ງທີ່ດີທີ່ສຸດສະເໝີ ແລະ ເຖິງແມ່ນວ່າພໍ່ແມ່ຈະມີການກະກຽມສໍາລັບການສຶກສາຂອງລູກໆມາແລ້ວກໍຕາມ. ແຕ່ຫຼາຍເຫດການກໍບໍ່ເປັນໄປຕາມຄາດ ແຜນການເງິນຂອງພວກເຮົາອາດມີໂອກາດທີ່ຈະຜິດພາດໄດ້ເຊັ່ນກັນ. ໂດຍແຫຼ່ງທຶນອີກຊ່ອງທາງໜຶ່ງກ່ອນເປີດເທີມ ກໍຄື ສິນເຊື່ອ ເງິນກູ້ສ່ວນບຸກຄົນ ທີ່ສາມາດຊ່ວຍທ່ານໄດ້.

ເຫັນບໍ່ວ່າ ສິນເຊື່ອ ເງິນກູ້ສ່ວນບຸກຄົນສາມາດຊ່ວຍທ່ານໄດ້ໃນຫຼາຍໆສະຖານະການ ແຕ່ຕ້ອງໄດ້ສຶກສາໃຫ້ລະອຽດກ່ອນການຕັດສິນໃຈສະໝັກທຸກຄັ້ງ ເພື່ອທີ່ຈະໄດ້ບໍລິຫານ ແລະ ບໍ່ເປັນການເພີ່ມພາລະໃຫ້ແກ່ຕົນເອງ ແລະ ຄອບຄົວ.